Lao

ການຮ້ອງຂໍລາປ່ວຍ ແລະລາພັກເພື່ອເບິ່ງແຍງຄອບຄົວໂດຍໄດ້ຮັບຄ່າຈ້າງຂອງຣັຖວໍຊິງຕັນ

ສຳລັບການບໍລິການຊ່ວຍເຫຼືອດ້ານພາສາ, ໃຫ້ໂທຫາ 833-717-2273 ແລະ ເລືອກທາງເລືອກທີ 7, ແລ້ວທາງເລືອກທີ 2. ຜູ້ຊ່ຽວຊານດ້ານການດູແລລູກຄ້າຈະຕອບຄຳຖາມເປັນພາສາອັງກິດ.  ອກພວກເຂົາເຖິງພາສາທີ່ທ່ານປາກເວົ້າ ແລະ ພວກເຂົາຈະໃຫ້ທ່ານຖືສາຍລໍຖ້າ ໃນຂະນະທີີ່ພວກເຂົາຊອກຫາລ່າມແປພາສາໃຫ້ມາຮັບສາຍ.

ການລາພັກທີ່ໄດ້ຮັບຄ່າຈ້າງແມ່ນມີສອງປະເພດສຳລັບລູກຈ້າງສ່ວນຫຼາຍໃນຣັຖວໍຊິງຕັນ:

ການລາ​ປ່ວຍ: ເມື່ອ​ບັນ​ຫາ​ສຸ​ຂະ​ພາບ​ຮ້າຍ​ແຮງ​ໃດ​ໜຶ່ງ​ເຮັດ​ໃຫ້​ທ່ານບໍ່​ສາ​ມາດ​ເຮັດ​ວຽກ​ໄດ້.  (ການ​ຜ່າ​ຕັດ, ການນອນພັກໃນ​ລະ​ຫວ່າງ​ຖື​ພາ, ການ​ພັກ​ຟື້ນ​ຈາກ​ການ​ເກີດ​ລູກ ຫຼື ການ​ປິ່ນ​ປົວ​ສຳ​ລັບ​ບັນ​ຫາ​ສຸ​ຂະ​ພາບ​ຊຳ​ເຮື້ອ.)

ການລາພັກ​ເພື່ອຄອບ​ຄົວ  (ລວມ​ເຖິງ ການ​ລາ​ເພື່ອ​ສ້າງ​​ສາຍ​ໃຍຜູກ​ພັນ​ກັບສະ​ມາ​ຊິກໃໝ່ໃນ​ຄອບ​ຄົວ ແລະ​ການ​ລາ​ເພື່ອ​ຄອບ​ຄົວ​ທະ​ຫານ)

  • ການ​ລາ​ເພື່ອ​ໄປ​ເບິ່ງ​ແຍງ​ຄົນ​ໃນ​ຄອບ​ຄົວ​ທີ່​ມີ​ບັນ​ຫາ​ສຸ​ຂະ​ພາບ​ຮ້າຍ​ແຮງ,
  • ເພື່ອ​ສ້າງ​ສາຍ​ໃຍຜູກ​ພັນ​ກັບ​ເດັກ ຫຼື​ລູກ​ທີ່​ເປັນ​ສະ​ມາ​ຊິກ​ໃໝ່​ໃນ​ຄອບ​ຄົວ​ຂອງ​ທ່ານ, ຫຼື:
  • ​ການ​ລາ​ເພື່ອ​ຄອບ​ຄົວທະ​ຫານ ຈະ​ອະ​ນຸ​ຍາດ​ໃຫ້​ທ່ານ​ໄດ້​ໃຊ້​ເວ​ລາ​ກັບຄົນໃນ​ຄອບ​ຄົວ​ທີ່​ເປັນ​ທະ​ຫານ​ຊຶ່ງກຳ​ລັງ​ຈະ​ໄປ​ປະ​ຕິ​ບັດໜ້າ​ທີ່​ໃນ​ຕ່າງ​ປະ​ເທດ ຫຼື ກຳ​ລັງ​ກັບຄືນ​ມາ​ຈາກ​ການ​ປະ​ຕິ​ບັດ​ໜ້າ​ທີ່.

ເພື່ອໃຫ້ມີເງື່ອນໄຂໄດ້ຮັບ, ທ່ານຕ້ອງເຮັດວຽກໄດ້ 820 ຊົ່ວໂມງໃນປີຜ່ານມາ.

ນັບໃສ່ທຸກຊົ່ວໂມງທີ່ເຮັດວຽກໃນຣັຖວໍຊິງຕັນ, ເຖິງແມ່ນວ່າ ທ່ານໄດ້ເຮັດວຽກຫຼາຍແຫ່ງ ຫຼື ປ່ຽນນາຍຈ້າງ.

ຂັ້ນຕອນການຮ້ອງຂໍ

1. ແຈ້ງໃຫ້ນາຍຈ້າງຂອງທ່ານຮູ້

2. ຮວບຮວມເອກະສານ

  • ບັດປະຈຳຕົວ ເບິ່ງເອກະສານທັງໝົດທີ່ຍອມຮັບໄດ້ ທີ່ paidleave.wa.gov/get-ready-to-apply. ທ່ານບໍ່ຈຳເປັນຕ້ອງໃຊ້ເລກປະກັນສັງຄົມໃນການຮ້ອງຂໍ.
  • ສຳລັບການລາປ່ວຍ, ຫຼື ການລາເພື່ອຄອບຄົວ ເພື່ອເບິ່ງແຍງຄົນໃນຄອບຄົວທີ່ມີບັນຫາສຸຂະພາບ, ຈົ່ງໃຫ້ສິ່ງໃດໜຶ່ງໃນສິ່ງເຫຼົ່ານີ້:
    • ຟອມຢັ້ງຢືນບັນຫາສຸຂະພາບຮ້າຍແຮງ, ຊຶ່ງທ່ານແລະຜູ້ໃຫ້ບໍລິການເບິ່ງແຍງສຸຂະພາບຂອງທ່ານຕ້ອງເປັນຜູ້ປະກອບຟອມ.
      ຫຼື:
    • ຟອມລາພັກຕາມກົດໝາຍການລາປ່ວຍແລະການລາເພື່ອຄອບຄົວ
      ຫຼື:
    • ບັນທຶກຂອງໝໍທີ່ມີຂໍ້ມູນອັນດຽວກັນກັບຟອມຢັ້ງຢືນບັນຫາສຸຂະພາບຮ້າຍແຮງ.
  • ສຳລັບການລາເພື່ອຄອບຄົວທະຫານ, ມີຫຼາຍເຫດຜົນທີ່ມີເງື່ອນໄຂເໝາະສົມສຳລັບພາວະສຸກເສີນທາງທະຫານ, ສະນັ້ນ ເອກະສານສະໜັບສະໜູນການລາຂອງທ່ານກໍຈະແຕກຕ່າງກັນໄປ. ພວກເຮົາຈະຕ້ອງການເອກະສານຕ່າງໆ ຈາກທາງທະຫານ ຫຼື ແຫຼ່ງອື່ນ ທີ່ສະແດງໃຫ້ເຫັນວ່າ ທ່ານກຳລັງຂໍລາດ້ວຍເຫດຜົນພາວະສຸກເສີນທາງທະຫານພາຍໃຕ້ກົດໝາຍ FMLA.
  • ສຳລັບການລາເພື່ອຄອບຄົວເພື່ອສ້າງຄວາມຜູກພັນກັບເດັກທີ່ເກີດໃໝ່ໃນຄອບຄົວຂອງທ່ານ ພໍ່ແມ່ທັງສອງຄົນສາມາດນຳໃຊ້ຟອມຢັ້ງຢືນການເກີດໄດ້. ດາວໂຫຼດຟອມຕ່າງໆ.
  • ສຳລັບການລາເພື່ອຄອບຄົວເພື່ອສ້າງຄວາມຜູກພັນກັບເດັກທີ່ຮັບເອົາມາລ້ຽງ ຫຼື ຖືກຈັດໃຫ້ຢູ່ໃນຄອບຄົວຂອງທ່ານ, ທ່ານສາມາດນຳໃຊ້ເອກະສານຕ່າງໆ ທີ່ສະແດງໃຫ້ເຫັນເຖິງການຮັບເອົາເດັກມາລ້ຽງ, ຫຼື ການຮັບເອົາລູກບຸນທຳ ຫຼືການເປັນຜູ້ປົກຄອງຂອງເດັກ. ດາວໂຫຼດຟອມຕ່າງໆ.

3. ຮ້ອງຂໍລາພັກ ຫຼັງຈາກເກີດເຫດການທີ່ມີເງື່ອນໄຂເໝາະສົມຂອງທ່ານ, ເຊັ່ນ ການຜ່າຕັດ, ການເກີດລູກ, ຫຼື ການລາເພື່ອເບິ່ງແຍງຄົນໃນຄອບຄົວທີ່ມີບັນຫາສຸຂະພາບຮ້າຍແຮງ.

ດາວໂຫຼດໃບຄຳຮ້ອງ

4. ດາວໂຫຼດຂໍ້ມູນເພີ່ມເຕີມກ່ຽວກັບການຮ້ອງຂໍເງິນປະກັນປະຈຳອາທິດ.

ດາວໂຫຼດ

ຂ້ອຍສາມາດລາໄດ້ຈັກມື້?

  • ດົນນານເຖິງ 12 ອາທິດສຳລັບການລາປ່ວຍ.
  • ດົນນານເຖິງ 16 ອາທິດຂອງການລາປ່ວຍແລະການລາເພື່ອຄອບຄົວຮວມກັນ ຖ້າວ່າ ທ່ານມີເຫດການທີ່ມີເງື່ອນໄຂເໝາະສົມຫຼາຍກວ່າໜຶ່ງເຫດການໃນປີດຽວກັນທີ່ຂໍລາ.
  • ດົນນານເຖິງ 18 ອາທິດຂອງການລາປ່ວຍແລະການລາເພື່ອຄອບຄົວຮວມກັນ ຖ້າວ່າ ທ່ານມີພາວະເຈັບປ່ວຍຮ້າຍແຮງໃນການຖືພາ.

ນາຍຈ້າງຂອງທ່ານ not ຈຳເປັນຕ້ອງເກັບວຽກງານຂອງທ່ານໄວ້ໃຫ້ທ່ານ ຖ້າວ່າ:

  • ບໍລິສັດມີລູກຈ້າງໜ້ອຍກວ່າ 50 ຄົນ
  • ທ່ານໄດ້ເຮັດວຽກໃຫ້ບໍລິສັດໜ້ອຍກວ່າໜຶ່ງປີ
  • ທ່ານໄດ້ເຮັດວຽກໜ້ອຍກວ່າ 1,250 ຊົ່ວໂມງໃຫ້ແກ່ບໍລິສັດໃນປີຜ່ານມາ